ວິທີປ້ອງກັນພະຍາດໄຂ້ເລືອດອອກທີ່ງ່າຍດາຍໂດຍທ່ານສາມາດເປັນເຈົ້າການປະຕິບັດກັບຄອບຄົວ
- ໃຊ້ຝາ ຫຼື ວັດສະດຸປິດ ພາຊະນະຕ່າງໆທີ່ມີນໍ້າໃຫ້ເເຈບ ເພື່ອປ້ອງກັນບໍ່ໃຫ້ຍຸງວາງໄຂ່.
- ປ່ອຍປາ ລົງໃນພື້ນທີ່ມີນໍ້າຫຼາຍເຊັ່ນໜອງນໍ້າ, ນໍ້າສ້າງ, ເພື່ອຂ້າໜອນນໍ້າ / ຕົວອ່ອນຍຸງ
- ທໍາການລ້າງພາຊະນະບຸນຈຸນໍ້າ ຂະໜາດນ້ອຍ ເເລະ ກາງ ທຸກໆອາທິດ ເຊັ່ນ ອຸ່ງນໍ້າ, ກະຝຸຍໃສ່ນໍ້າ...
- ເກັບມ້ຽນ ແລະ ທໍາລາຍສິ່ງເສດເຫຼືອຂອງຄົວເຮືອນ ແລະ ສິ່ງອ້ອມຂ້າງເຊັ່ນ: ກະຕຸກ, ກະປອງ, ຂວດ, ຊິ້ນສ່ວນທີ່ແຕກຫັກ, ເປືອກໝາກພ້າວ, ຢາງລົດ/ ຢາງເກົ່າ, ກະບອກໄມ້ໄຜ່, ເເລະຕ້ອງປິດ ພາຊະນະບັນຈຸນໍາໃຫ້ເເຈບທຸກຄັ້ງເມື່ອບໍ່ໃຊ້ ແລະ ອື່ນໆ
- ໃສ່ເກືອ ຫຼື ນໍ້າມັນ ລົງໃນຖ້ວຍຮອງຕີນຕູ້ ເກັບຖ້ວຍບ່ວງ ຫຼື ຕູ້ເກັບຂອງກິນ, ໝັ່ນປ່ຽນນໍ້າໂຖດອກໄມ້ເປັນປະຈໍາ.
- ໃສ່ສົ້ງເສື້ອຍາວ.
- ນອນໃນມຸ້ງ / ຊ່ອມກັນຍຸງ ບໍ່ວ່າຈະເປັນທັງໃນກາງເວັນ ເເລະ ກາງຄືນ.
- ສີດຢາຂ້າຍຸງ, ສະໝຸນໄພໄລ່ຍຸງ, ສະເປກັນຍຸງ, ຊຸດຢາໄລ່ຍຸງໄຟຟ້າ…
- ຍ້ອມມຸ້ງດ້ວຍນໍ້າຢາຂ້າຍຸງ.
- ຄົນເຈັບທີ່ກໍາລັງເປັນໄຂ້ເລືອດອອກ ຄວນໃຫ້ນອນ ຫຼື ຢູ່ເເຕ່ໃນມຸ້ງ ເພື່ອປ້ອງກັນບໍ່ໃຫ້ຍຸງກັດຄົນເຈັບ ເເລ້ວໄປກັດຄົນອື່ນຕໍ່ ເຮັດໃຫ້ເກີດການຕິດເເປດ.
- ປະສານສົມທົບຢ່າງຈິງຈັງກັບ ອໍານາດການປົກຄອງ ແລະ ພາກສ່ວນສາທາລະນະສຸກ ໃນການປ້ອງກັນແລະຄວບຄຸມການລະບາດ ດ້ວຍການສີດຢາ, ພົ່ນຄວັນຂ້າຍຸງ.
ຈຸດເດັ່ນ

ຮູ້ໄວ້ - 6 ວິທີປ້ອງກັນໂຣກກະດູກຜ່ອຍ ກ່ອນສາຍເກີນເເກ້
May 10, 2020
10 ເຄັດລັບໃນການປ້ອງກັນບໍ່ໃຫ້ເປັນສິວ
May 09, 2020
ຮັບມືກັບ Covid-19 ໂດຍເລີ່ມຕົ້ນຈາກຕົວທ່ານ
Apr 01, 2020
ໂຣກກະເພາະຮັກສາໄດ້ດ້ວຍ 5 ສະໝຸນໄພໃກ້ຕົວທ່ານ
Mar 27, 2020
ທ່ານ ອາດກໍາລັງເປັນພະຍາດໜິ້ວໂດຍບໍ່ຮູ້ໂຕ
Feb 07, 2020
6 ສັນຍານອັນຕະລາຍ ມະເຮັງຜິວໜັງ
Jan 21, 2020ຫ້ອງສະຫມຸດ
