-
ສ່ວນປະກອບ
ສ່ວນປະກອບ:
ຊາຂຽວປອດສານພິດ * 100%
* ໃບຢັ້ງຢືນປອດສານພິດມາດຕະຖານ ເອີຣົບ ໂດຍ Ecocert ເປັນຜູ້ອອກໃຫ້
-
ສັບພະຄຸນ
ຄຸນປະໂຫຍດ:
- ຊ່ວຍໃຫ້ຈິດໃຈປອດໂປ່ງ, ຊ່ວຍຫຼຸດ cholesterol ໃນເລືອດ, ຕ້ານສານອະນຸມູນອິດສະຫຼະ
- ປ້ອງກັນ ຄວາມແກ່ຊະລາ, ປ້ອງກັນບັນດາພະຍາດກ່ຽວກັບແຂ້ວ ແລະ ປາກ.
- ແກ້ອາການຮ້ອນໃນ, ຊ່ວຍໃນການຂັບສານຜິດ
- ຊາຂຽວມີສ່ວນຊ່ວຍເພີ່ມການເຜົາຜານພະລັງງານ ແລະ ໄຂມັນ ຈື່ງສົ່ງຜົນຕໍ່ການຄວບຄຸມນ້ຳໜັກຂອງຮ່າງກາຍໄດ້ເປັນຢ່າງດີ, ຊາຂຽວມີວິຕາມີນ B, C, E ສູງ
-
ປະລິມານ-ວິທີໃຊ້
ວິທີໃຊ້: ລ້າງຈອກຊາດ້ວຍນ້ຳຮ້ອນກ່ອນຊົງຊາ. ເອົາຊາປະມານ 1-2 ຊອງໃສ່ໃນຈອກທີ່ມີປະລິມານ150ml. ຖອກນ້ຳຮ້ອນໃສ່ ໃນປະລິມານທີ່ພໍດີເພື່ອໃຫ້ມີຄວາມເຂັ້ມຂຸ້ນຕາມຄວາມມັກ. ຊົງປະໄວ້ປະມານ 5ນາທີ. ລໍຖ້າຕື່ມອີກ 3ນາທີໃຫ້ຊາເຢັນລົງ ແລະ ດື່ມ. ສາມາດໃຊ້ແກ່ຍາວ ແລະ ເປັນປະຈຳ
ໄດ້. ຊາຂຽວແມ່ນໜຶ່ງໃນບັນດາພືດທີ່ມີຄວາມເປັນເອກກະລັກຍ້ອນຊາຂຽວສາມາດໃຊ້ເພື່ອປຸງແຕ່ງຊະນິດເຄື່ອງດື່ມທີ່ແຊບດ້ວຍກິ່ນລົດທີ່ເປັນເອກກະລັກພ້ອມກັນນັ້ນຍັງນຳມາເຊິ່ງຄຸນປະໂຫຍດຫຼາຍຢ່າງຕໍ່ສຸຂະພາບຂອງຄົນເຮົາ.
-
ຊອກຮູ້ເພີ່ມເຕີມ
ໃນຊາຂຽວ, ປະກອບດ້ວຍວິຕະມິນຢ່າງຫຼວງຫຼາຍ ແລະ ທາດທີ່ສຳຄັນເຊັ່ນ: Epigallocatechine Gallate (EGCG). ຕາມບັນດານັກວິທະຍາສາດ, ທາດ EGCG ມີສັບພະຄຸນຕ້ານສານອະນຸມູນອິດສະຫຼະ ແລະ ມີສັບພະຄຸນຊ່ວຍປ້ອງກັນບັນດາພະຍາດເຊັ່ນ: ມະເຮັງ, ເສັ້ນເລືອດແຂງໂຕ, ພະຍາດຫົວໃຈເສັ້ນເລືອດ….. ຊາຂຽວມີສັບ ພະຄຸນດີຕໍ່ລະບົບປະສາດ. ຊາຂຽວໄດ້ຮັບຄວາມນິຍົມຈາກຫຼາຍຄົນນຳໃຊ້ເພື່ອຊ່ວຍໃຫ້ມັນສະໝອງມີການກຽມພ້ອມ, ຈິດໃຈປອດໂປ່ງ, ເພິ່ມຄວາມສາມາດເຮັດວຽກດ້ວຍມັນສະໝອງໄດ້ດີກ່ວາ. ສັບພະຄຸນນີ້ແມ່ນຍ້ອນທາດ caffeine ທີ່ມີໃນຊາຂຽວ . ນອກຈາກນັ້ນ, ຊາຂຽວຍັງຊ່ວຍຫຼຸດຄວາມສ່ຽງເປັນພະຍາດຊຶມເສົ້າໃນຜູ້ສູງອາຍຸ. ທາດ flavonoid ໃນຊາຂຽວກໍ່ມີສັບພະຄຸນຕ້ານສານອະນຸມູນອິດສະຫຼະ, ຈາກນັ້ນຊ່ວຍປ້ອງກັນໄດ້ຫຼາຍພະຍາດໃຫ້ແກ່ຮ່າງກາຍ. ຊາຂຽວຫຼຸດການດູດຊຶມ cholesterol ຢູ່ໃນລຳໄສ້, ຫຼຸດການສັງເຄາະ cholesterol ຂອງຮ່າງກາຍ. ຍ້ອນແນວນັ້ນ, ຊາຂຽວແມ່ນເຄື່ອງດື່ມທີ່ດີ ທີ່ສຸດສຳລັບຄົນທີ່ນ້ຳໜັກເກີນ ແລະ ຕຸ້ຍ. ຊາຂຽວມີສັບພະຄຸນແກ້ອັກເສບ, ຂ້າເຊື້ອ. ຊາຂຽວສາມາດຂ້າບັນດາແບັດທີເຣຍ ທີ່ກໍ່ໃຫ້ເກີດຫີນປູນໃນແຂ້ວ, ປ້ອງກັນພະຍາດເຊັ່ນ: ແຂ້ວແມງ, ອັກເສບແຂ້ວ…
ບັນດາງານວິໄຈດ້ານວິທະຍາສາດສະແດງໃຫ້ເຫັນວ່າຊາຂຽວມີສັບພະຄຸນເຮັດໃຫ້ຫຼຸດຜ່ອນອັດຕາສ່ວນຂອງມະເຮັງບາງຊະນິດເຊັ່ນ: ມະເຮັງຕ່ອມລູກໝາກໃນເພດຊາຍທີ່ສູງອາຍຸ, ມະເຮັງທາງລະບົບລະລາຍ.
ນອກຈາກນັ້ນ, ຊາຂຽວຍັງຊ່ວຍຫຼຸດຄວາມສ່ຽງຂອງໂລກຫຼອດເລືອດສະໝອງ. ຊາຂຽວໄດ້ຖືວ່າແມ່ນໜຶ່ງໃນບັນດາສະໝຸນ ໄພຈາກທຳມະຊາດມີສັບພະຄຸນຊ່ວຍປົກປ້ອງຫົວໃຈເສັ້ນເລືອດ.
ຜະລິດຕະພັນຊາຖົງຕອງທີ່ຜະລິດໂດຍບໍລິສັດ FITO PHARMA ແມ່ນໄດ້ຜະລິດຈາກວັດຖຸດິບຊາຂຽວປອດສານພິດ. ນີ້ແມ່ນຊາຂຽວທີ່ໄດ້ປູກຢູ່ເຂດດິນທີ່ມີອາກາດສົດ. ໃນຂະບວນການເພາະປູກ, ບໍ່ໃຊ້ສານຂ້າແມງໄມ້, ບໍ່ໃຊ້ຝຸ່ນເຄມີ, ບໍ່ດັດ ແປງພັນທຸກຳ.
ຊາຂຽວແບບຖົງຕອງປອດສານພິດທີ່ຜະລິດໂດຍບໍລິສັດ FITO PHARMA ນຳມາເຊິ່ງຄວາມສະດວກ ແລະ ຊ່ວຍໃຫ້ມີ ປະໂຫຍດແກ່ສຸຂະພາບຂອງຄົນເຮົາ:
- ຊ່ວຍໃຫ້ຈິດໃຈປອດໂປ່ງ
- ຕ້ານສານອະນຸມູນອິດສະຫຼະ
- ຊ່ວຍໃຫ້ມີປະໂຫຍດແກ່ສຸຂະພາບຂອງຫົວໃຈເສັ້ນເລືອດ
- ປ້ອງກັນບັນດາພະຍາດກ່ຽວກັບແຂ້ວປາກ
- ໃຊ້ດີສຳລັບຄົນທີ່ນ້ຳໜັກເກີນ ແລະ ຕຸ້ຍ, ໄຂມັນໃນເລືອດສູງ.